ໂດຍ Daravuth Kong

ຢູ່ເຂດພູດອຍຂອງແຂວງຫຼວງພະບາງ, ຂ້າພະເຈົ້າໄດ້ເຂົ້າຮ່ວມ ແລະ ມີຄວາມເຂົ້າໃຈລະຫວ່າງຄວາມຈຳເປັນໃນການປົກປັກຮັກສາສິ່ງແວດລ້ອມ ແລະ ດຳລົງວິຖີຊີວິດຂອງຊຸມຊົນ ເມື່ອການຈຳກັດການຫາປາຕາມແມ່ນ້ຳເຊືອງ ບໍ່ໄດ້ເປັນພຽງການນຳໃຊ້ກົດລະບຽບຂອງຊຸມຊົນບ້ານວຽງສະຫວັນເທົ່ານັ້ນ, ແຕ່ຍັງເປັນການປ່ຽນແປງຄັ້ງໃຫຍ່ໃນວິຖີຊີວິດຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ ທ່າມກາງຄວາມສະຫງົບນິ້ງຂອງແມ່ນ້ຳທີ່ໄດ້ຮັບການປົກປ້ອງດູແລຢ່າງເຂັ້ມງວດ ກຳລັງຕັ້ງຄຳຖາມທີ່ທ້າທາຍຕໍ່ຂ້າພະເຈົ້າວ່າ: “ຊຸມຊົນທີ່ເພິ່ງພາການຫາປາມາຫຼາຍຊົ່ວອາຍຸຄົນຈະຢູ່ລອດໄດ້ແນວໃດ ເມື່ອແມ່ນ້ຳຂອງພວກເຂົາຖືກປິດລົງ?”
ໂຄງການ “ສົ່ງເສີມຄວາມເຂັ້ມແຂງ ແລະ ການຄຸ້ມຄອງຊັບພະຍາກອນປະມົງ ໂດຍການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ” (EFRAM)
ເພື່ອຟື້ນຟູປະຊາກອນປາທີ່ຫຼຸດໜ້ອຍຖອຍລົງ ຍ້ອນຜົນກະທົບຈາກເຂື່ອນໄຟຟ້ານ້ຳຕົກ, ການປ່ຽນແປງດິນຟ້າອາກາດ, ການຫາປາແບບຜິດກົດໝາຍເກີນຂອບເຂດ ແລະ ການຄຸ້ມຄອງທີ່ຍັງອ່ອນແອ, ດັ່ງນັ້ນ, ທີມງານໂຄງການຂອງພວກເຮົາ ຂໍອະນຸມັດສ້າງຕັ້ງ ເຂດອະນຸລັກພັນປາ (Fish Conservation Zone ຫຼື FCZ) ໃນແມ່ນ້ຳເຊືອງຂຶ້ນ. ກ່ອນໜ້ານີ້, ຄະນະເຕັກໂນໂລຊີການປະມົງ ແລະ ຊັບພະຍາກອນທາງນ້ຳ ຂອງມະຫາວິທະຍາໄລແມ່ໂຈ້ (ປະເທດໄທ) ແລະ ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ (ປະເທດລາວ) ໄດ້ຮັບການມອບໝາຍຈາກສະຖາບັນສິ່ງແວດລ້ອມສະຕັອກໂຮມ ປະຈຳພາກພື້ນອາຊີ (Stockholm Environment Institute Asia Center) ເພື່ອສ້າງຂອບການມີສ່ວນຮ່ວມໃນການອະນຸລັກຊັບພະຍາກອນສັດນ້ຳໃນນ້ຳເຊືອງ. ເຖິງຢ່າງໃດກໍຕາມ, ທີມງານໂຄງການເຫັນໄດ້ຄວາມສຳຄັນໃນເວລາຕໍ່ມາວ່າ ນອກຈາກບັນຫາສິ່ງແວດລ້ອມແລ້ວ, ວິກິດການດ້ານການປະມົງຍັງຄຸກຄາມຕໍ່ການດຳລົງຊີວິດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ຂອງຊຸມຊົນທີ່ເພິ່ງພາຊັບພະຍາກອນເຫຼົ່ານັ້ນອີກດ້ວຍ. ດັ່ງນັ້ນ, ໃນຂະນະທີ່ມີການກຳນົດເຂດ FCZ ພວກເຮົາໄດ້ມີສ່ວນຮ່ວມທີ່ສຳຄັນຕໍ່ກັບການຄົ້ນພົບທາງດ້ານວິຊາການ ແລະ ວິທະຍາສາດສິ່ງແວດລ້ອມ ລວມທັງການຄຸ້ມຄອງແຫຼ່ງນ້ຳໃນເຂດດັ່ງກ່າວ, ບົດຮຽນອັນສຳຄັນທີ່ພວກເຮົາໄດ້ຮຽນຮູ້ນັ້ນແມ່ນ: ເພື່ອໃຫ້ຄວາມພະຍາຍາມໃນການອະນຸລັກມີຄວາມຍືນຍົງ ແລະ ເຂັ້ມແຂງຢ່າງແທ້ຈິງ, ມັນຈຳເປັນຕ້ອງດຳເນີນໄປຄຽງຄູ່ກັບການສ້າງຄວາມເຂັ້ມແຂງດ້ານການປະກອບອາຊີບ ແລະ ການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ.
ຄວາມຍ້ອນແຍ້ງຂອງເຂດອະນຸລັກພັນປາ (The Paradox of an FCZ)
ການກຳນົດຂອບເຂດ FCZ ທີ່ໄດ້ຮັບການອະນຸມັດຈາກການປົກຄອງທ້ອງຖິ່ນ ນັ້ນແມ່ນຊ່ວງເວລາແຫ່ງຄວາມພາກພູມໃຈຂອງຊຸມຊົນ ແຕ່ໃນຂະນະດຽວກັນ ກໍແຝງດ້ວຍຄວາມກັງວົນຢ່າງງຽບໆ ການສົນທະນາພາຍໃນກຸ່ມໄດ້ຖືກຈັດຂຶ້ນເພື່ອບັນທຶກເລື່ອງລາວແຫ່ງການປ່ຽນແປງ ແລະ ຮິບໂຮມບົດຮຽນທີ່ຖອດຖອນໄດ້ຫຼັງຈາກໄດ້ຮັບການອະນຸຍາດ. ອາລົມຄວາມຮູ້ສຶກທີ່ສັບສົນໄດ້ສະແດງອອກມາໃຫ້ເຫັນໃນໃບໜ້າຂອງຊາວບ້ານ. ພວກເຂົາຕ້ອງການທີ່ຈະປົກປັກຮັກສາແມ່ນ້ຳຂອງພວກເຂົາ, ແຕ່ກໍຍັງມີຄວາມກັງວົນກ່ຽວກັບການດຳລົງຊີວິດຂອງຕົນເອງເຊັ່ນກັນ. ພວກເຂົາເຂົ້າໃຈດີເຖິງຜົນການຄົ້ນພົບທາງວິທະຍາສາດກ່ຽວກັບການຫຼຸດລົງຂອງສາຍພັນປາທີ່ໂຄງການຂອງພວກເຮົາໄດ້ນຳສະເໜີໃຫ້ພວກເຂົາໄດ້ຮັບຊາບ. ແຕ່ວ່າ, ຜົນການວິໄຈທີ່ເຂົ້າມາຕື່ມເຕັມຊ່ອງຫວ່າງຂອງຂໍ້ມູນທີ່ເປັນຫຼັກຖານນັ້ນ ບໍ່ສາມາດຕື່ມເຕັມຈານເຂົ້າຂອງຊາວບ້ານໄດ້ເລີຍ.
ສິ່ງທ້າທາຍ: ເພື່ອຮັກສາພັນປາໄວ້ອະນາຄົດ ແລະ ການເຂົ້າເຖິງຊັບພະຍາກອນແມ່ນ້ຳໃນປັດຈຸບັນຖືກຈຳກັດ. ການຈຳກັດນີ້ໄດ້ນຳໄປສູ່ຊ່ອງຫວ່າງທາງດ້ານການດຳລົງຊີວິດ ເມື່ອຄວາມຕ້ອງການໃນການຢູ່ລອດມີນ້ຳໜັກຫຼາຍກວ່າພັນທະຜູກພັນຂອງເຂດ FCZ ແລະ ການຂາດທາງເລືອກອື່ນໆໃນການຫາລ້ຽງຊີວິດ, ຊາວບ້ານກໍມີທ່າອ່ຽງທີ່ຈະກັບໄປສູ່ວົງຈອນຂອງການນຳໃຊ້ຊັບພະຍາກອນແມ່ນ້ຳແບບເກີນຂອບເຂດ, ຜິດກົດໝາຍ ຫຼື ໃນຮູບແບບທີ່ເປັນອັນຕະລາຍ ເພື່ອຄວາມຢູ່ລອດຂອງພວກເຂົາ.
ຊຸມຊົນໜຶ່ງຈະມີຄວາມເຂັ້ມແຂງໃນການປັບຕົວຢ່າງແທ້ຈິງໄດ້ ກໍຕໍ່ເມື່ອຊຸມຊົນນັ້ນມີເຄື່ອງມື ແລະ ຂີດຄວາມສາມາດໃນການກຸ້ມຕົນເອງ (Engle 2022) ດັ່ງນັ້ນ, ການຊ່ວຍເຫຼືອທີ່ຈຳເປັນຈຶ່ງຕ້ອງໄດ້ຮັບການສະໜອງໃຫ້ ເຂດອະນຸລັກພັນປາ (FCZ) ຄວນເປັນໂອກາດໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ຫຼາຍກວ່າທີ່ຈະເປັນການເສຍສະລະຂອງຊາວບ້ານເພື່ອຜົນປະໂຫຍດທາງດ້ານສິ່ງແວດລ້ອມ. ບົດຄວາມນີ້ຈະນຳສະເໜີ ການລ້ຽງສັດນ້ຳແບບມີສ່ວນຮ່ວມຂອງຊຸມຊົນ (Community-Based Aquaculture ຫຼື CBA) ວ່າເປັນແນວທາງທີ່ມີທ່າແຮງໃນການປ່ຽນແປງຊາວບ້ານ ຈາກການເປັນພຽງ “ຜູ້ເຝົ້າເບິ່ງ” ແມ່ນ້ຳທີ່ຖືກຈຳກັດ ໃຫ້ກາຍເປັນ “ຜູ້ສ້າງ” ທີ່ຫ້າວຫັນໃນການຫາລ້ຽງຊີວິດ ແລະ ສ້າງຄວາມໝັ້ນຄົງດ້ານການດຳລົງຊີວິດຂອງຕົນເອງ. ແຕ່ກ່ອນອື່ນໝົດ, ພວກເຮົາລອງມາທຳຄວາມເຂົ້າໃຈກ່ຽວກັບ ການຝຶກອົບຮົມແບບມີສ່ວນຮ່ວມຂອງຊຸມຊົນ (Community-Based Training ຫຼື CBT) ເຊິ່ງເປັນຮາກຖານອັນສຳຄັນຂອງ CBA ເອງ.
CBT ແລະ CBA ດຳເນີນການແນວໃດ?
ການຝຶກອົບຮົມແບບມີສ່ວນຮ່ວມຂອງຊຸມຊົນ (Community-Based Training ຫຼື CBT) ແມ່ນໂຄງການສ້າງຂີດຄວາມສາມາດທີ່ຖືກອອກແບບມາເປັນພິເສດສຳລັບຊຸມຊົນຊົນນະບົດ, ໂດຍເນັ້ນໃສ່ການປັບປຸງການດຳລົງຊີວິດ ແລະ ການສ້າງອາຊີບອິດສະຫຼະດ້ວຍຕົນເອງ. ໂຄງການນີ້ແນໃສ່ກຸ່ມຜູ້ຮັບຜົນປະໂຫຍດທີ່ບອບບາງ ແລະ ຂາດໂອກາດ, ລວມທັງຊາວໜຸ່ມທີ່ທີ່ບໍ່ໄດ້ເຂົ້້າ ໂຮງຮຽນ, ແມ່ຍິງ, ຜູ້ໃຫຍ່ທີ່ວ່າງງານ ແລະ ກຸ່ມຄົນທີ່ດ້ອຍໂອກາດ (ເຊັ່ນ: ຊາວກະສິກອນ ແລະ ຊາວປະມົງທີ່ຫາເຊົ້າກິນຄ່ຳ), ປະຊາຊົນບັນດາເຜົ່າ.CBT ສະໜອງຂອບການດຳເນີນງານທີ່ກວມລວມ ເຊິ່ງສາມາດຕອບສະໜອງຕໍ່ຄວາມຕ້ອງການສະເພາະຂອງຊຸມຊົນທ້ອງຖິ່ນ. ມັນມັກຈະຖືກປະສົມປະສານເຂົ້າໃນແຜນງານການພັດທະນາຕ່າງໆ, ເຊິ່ງຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ເຂົ້າຮ່ວມ ໂດຍຜ່ານການສ້າງແຮງຈູງໃຈໃຫ້ພວກເຂົາມີສ່ວນຮ່ວມຢ່າງຫ້າວຫັນໃນການວາງແຜນ, ການຕັດສິນໃຈ ແລະ ການນຳພາພວກເຂົາເຂົ້າສູ່ວົງຈອນແຫ່ງການປະຕິບັດ ແລະ ການຖອດຖອນບົດຮຽນຢ່າງຕໍ່ເນື່ອງ (Rosas 2006).
ທັກສະຕ່າງໆທີ່ໄດ້ຮັບຈາກການຝຶກອົບຮົມແບບມີສ່ວນຮ່ວມຂອງຊຸມຊົນ (CBT) ແມ່ນສາມາດນຳໄປປະຍຸກໃຊ້ເຂົ້າໃນ ກິດຈະກຳການລ້ຽງສັດນ້ຳແບບມີສ່ວນຮ່ວມຂອງຊຸມຊົນ (CBA) ເຊິ່ງຕັ້ງຢູ່ເທິງພື້ນຖານຫຼັກການຜົນປະໂຫຍດຮ່ວມກັນ. CBA ມີເປົ້າໝາຍເພື່ອສະໜອງກິດຈະກຳສ້າງລາຍຮັບເສີມ ທີ່ຈະຊ່ວຍປັບປຸງການດຳລົງຊີວິດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ຊຸມຊົນຊົນນະບົດ. ນອກຈາກນີ້, CBA ຍັງຖືກກຳນົດຂຶ້ນເພື່ອຫຼຸດຜ່ອນການເພິ່ງພາອາໄສຊັບພະຍາກອນສັດນ້ຳຕາມທຳມະຊາດ ແລະ ເພື່ອສະໜັບສະໜູນການອະນຸລັກຊີວະນາໆພັນ (Ireland 2004; Allison 2011; Troell 2014).
CBA ມີຂອບການດຳເນີນງານສຳລັບການຄຸ້ມຄອງຮ່ວມກັນ ທີ່ປ່ຽນຊັບພະຍາກອນແມ່ນ້ຳຮ່ວມກັນໃຫ້ກາຍເປັນຊັບສິນທີ່ສ້າງກຳໄລ ແລະ ມີຄວາມຍືນຍົງ ໂດຍດຳເນີນງານບົນພື້ນຖານທີ່ໃຊ້ໂຄງລ່າງຮ່ວມກັນ, ການຄຸ້ມຄອງໂດຍຊຸມຊົນ, ແລະ ການຈັດແບ່ງຜົນປະໂຫຍດຢ່າງສະເໝີພາບ. ກຸ່ມເປົ້າໝາຍຜູ້ຮັບຜົນປະໂຫຍດຫຼັກຂອງ CBA ແມ່ນກຸ່ມຜູ້ຂາດໂອກາດ ແລະ ດ້ອຍໂອກາດ ທີ່ບໍ່ສາມາດເຂົ້າເຖິງການບໍລິການຝຶກອົບຮົມຢ່າງເປັນລະບົບ ເຊິ່ງສ່ວນໃຫຍ່ແມ່ນຜູ້ທີ່ມີທາງເລືອກທາງດ້ານການເງິນໜ້ອຍ, ມີຂີດຄວາມສາມາດໃນການຄຸ້ມຄອງທີ່ຈຳກັດ ແລະ ມີລະດັບທັກສະທີ່ຍັງຕ່ຳ (Ateweberhan 2018) ວິທີການແບບມີສ່ວນຮ່ວມນີ້ ຊ່ວຍໃຫ້ພວກເຂົາສາມາດເຂົ້າຮ່ວມໃນການຕັດສິນໃຈ, ລວມທັງວິທີການຈັດແບ່ງໜ້າທີ່ວຽກງານ ແລະ ຜົນປະໂຫຍດລະຫວ່າງພວກເຂົາເຈົ້າເອງ, ຕະຫຼອດຮອດການຈັດຕັ້ງປະຕິບັດ, ການຕິດຕາມກວດກາ ແລະ ການຄວບຄຸມມາດຕະການຄຸ້ມຄອງຕ່າງໆ.
ເຫດຜົນເບື້ອງຫຼັງໃນການສະເໜີແນວທາງ CBA ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວບ້ານທີ່ຢູ່ອ້ອມຮອບເຂດ FCZ ແລະ ປ່ຽນແປງພວກເຂົາຈາກການເປັນຊາວປະມົງທີ່ຖືກຈຳກັດໃນການຫາປາ ໃຫ້ກາຍເປັນຜູ້ຜະລິດໃນຂະແໜງການລ້ຽງສັດນ້ຳທີ່ມີຄວາມເຂັ້ມແຂງທາງດ້ານການປັບຕົວ ໂດຍການນຳໃຊ້ຊັບພະຍາກອນທີ່ມີຢູ່ແລ້ວຂອງຊຸມຊົນໃຫ້ເກີດປະໂຫຍດສູງສຸດ ເຊ່ນ: ແມ່ນ້ຳ, ໜອງນ້ຳຂະໜາດນ້ອຍ, ລວມທັງພູມປັນຍາ ແລະ ທັກສະດັ້ງເດີມຂອງພວກເຂົາ. ສິ່ງນີ້ຈະບັນລຸຜົນໄດ້ແມ່ນຕ້ອງອາໄສການສະໜັບສະໜູນທາງດ້ານເຕັກນິກວິຊາການ ແລະ ການເງິນ ໃຫ້ແກ່ຜູ້ມີສ່ວນຮ່ວມ ຈາກທັງລັດຖະບານທ້ອງຖິ່ນ ແລະ ສູນກາງ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (NGOs), ອົງການຈັດຕັ້ງສັງຄົມທີ່ອີງໃສ່ຊຸມຊົນ, ຄູ່ຮ່ວມງານພາກເອກະຊົນ, ແລະ ຜູ້ໃຫ້ທຶນຕ່າງໆ.
ເມື່ອປະຊາຊົນທ້ອງຖິ່ນໄດ້ຮັບທັກສະໃໝ່ໆ ແລະ ມີການສ້າງຄວາມຫຼາກຫຼາຍດ້ານການດຳລົງຊີວິດ, ຊຸມຊົນກໍຈະສາມາດປັບຕົວເຂົ້າກັບຄວາມວິຕົກກັງວົນດ້ານສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດໄດ້ດີຂຶ້ນ. ຈາກນັ້ນ, ຊຸມຊົນກໍຈະຍັງຄົງເປັນຜູ້ປົກປັກຮັກສາແມ່ນ້ຳຂອງຕົນເອງຢ່າງມີຄວາມເຂັ້ມແຂງ ແລະ ກຸ້ມຕົນເອງໄດ້. ໃນຄວາມເປັນຈິງແລ້ວ, ການສະໜັບສະໜູນທີ່ໄດ້ຮັບຈາກການທົດລອງນຳໃຊ້ CBA ຢູ່ໃນເຂດ FCZ ແມ່ນສາມາດເປັນຂົວຕໍ່ທີ່ມີທ່າແຮງ ແລະ ມີປະສິດທິຜົນ ໃນການເຊື່ອມຕໍ່ຊ່ອງຫວ່າງລະຫວ່າງການອະນຸລັກພັນປາ ແລະ ຄວາມຢູ່ລອດຂອງຊຸມຊົນ.
CBA ແລະ ການສົ່ງເສີມບົດບາດຍິງ-ຊາຍ
ໃນການວິເຄາະຂອບເຂດວຽກງານບົດບາດຍິງ-ຊາຍ (Gender Scoping Analysis) ຂອງໂຄງການ EFRAM ຈາກກຸ່ມຕົວຢ່າງທີ່ເປັນແມ່ຍິງ ແລະ ຊົນເຜົ່າຈຳນວນ 30 ຄົນ, ເກືອບເຄິ່ງໜຶ່ງຂອງຜູ້ຕອບແບບສອບຖາມໄດ້ກ່າວວ່າ: “ຕົນເອງມີຄວາມຮັບຮູ້ວ່າ ຜູ້ຊາຍໄດ້ຮັບຜົນປະໂຫຍດຈາກຊັບພະຍາກອນໃນແມ່ນ້ຳຫຼາຍກວ່າ ຫາກທຽບໃສ່ແມ່ຍິງ. ໂດຍທົ່ວໄປແລ້ວ ຜູ້ຊາຍຈະມີສ່ວນຮ່ວມໃນກິດຈະກຳການຫາປາເປັນຫຼັກ, ໃນຂະນະທີ່ແມ່ຍິງມີສ່ວນຮ່ວມໃນກິດຈະກຳຫຼັງການເກັບກູ້ (ເຊັ່ນ: ການປຸງແຕ່ງ ແລະ ການຂາຍ) ແລະ ຄຸ້ມຄອງຄວາມໝັ້ນຄົງດ້ານສະບຽງອາຫານໃນຄອບຄົວ.”
ມັນເປັນສິ່ງທີ່ຊັດເຈນວ່າ ຢູ່ໃນເຂດລຸ່ມແມ່ນ້ຳຂອງ, ການປະມົງມັກຈະຖືກເບິ່ງວ່າເປັນຂະແໜງການທີ່ຄອບງຳໂດຍຜູ້ຊາຍ. ເຖິງຢ່າງໃດກໍຕາມ, ຮູບແບບ CBA ແມ່ນມີຄວາມຕັ້ງໃຈທີ່ຈະທຳລາຍແນວຄິດດັ່ງກ່າວ. ໜຶ່ງໃນວັດຖຸປະສົງຫຼັກຂອງ CBA ແມ່ນເພື່ອສະໜອງທັກສະວິຊາຊີບດ້ານການດຳລົງຊີວິດໃຫ້ແກ່ສະມາຊິກຊຸມຊົນທີ່ໄດ້ຮັບຜົນກະທົບ, ລວມທັງແມ່ຍິງ ແລະ ຊົນເຜົ່າ, ໃນຂົງເຂດວຽກງານທີ່ຜູ້ຊາຍເຄີຍເປັນຜູ້ມີບົດບາດຫຼັກໃນຄອບຄົວມາແຕ່ດັ້ງເດີມ.
ການສົ່ງເສີມໃຫ້ກຸ່ມຄົນເຫຼົ່ານີ້ມີສ່ວນຮ່ວມໃນ CBA ແມ່ນການທ້າທາຍໂດຍກົງຕໍ່ບັນທັດຖານທາງເພດ, ການສົ່ງເສີມເອກະລາດທາງດ້ານການເງິນ ແລະ ປ່ຽນແປງຄວາມເຊື່ອແບບດັ້ງເດີມທີ່ວ່າຜູ້ຊາຍເປັນຜູ້ດຽວທີ່ຫາລ້ຽງຄອບຄົວ. ສິ່ງສຳຄັນແມ່ນ ຂອບການດຳເນີນງານຂອງ CBA ຍັງຊຸກຍູ້ການມີສ່ວນຮ່ວມຂອງຜູ້ຊາຍ, ຊ່ວຍຍົກສູງຄວາມຕື່ນຕົວຂອງພວກເຂົາເຈົ້າກ່ຽວກັບຄວາມສະເໝີພາບຍິງ-ຊາຍ, ປ່ຽນແປງບັນທັດຖານທາງສັງຄົມທີ່ບໍ່ເອື້ອອຳນວຍ ແລະ ດ້ວຍເຫດນັ້ນ ຈຶ່ງສ້າງໃຫ້ເກີດການປ່ຽນແປງທາງສັງຄົມຢ່າງຍືນຍົງ (Pamesa 2025).
ກໍລະນີສຶກສາການຈັດຕັ້ງປະຕິບັດ CBA: ຄວາມສຳເລັດ ແລະ ບົດຮຽນ
ລັດໂອຣິດສາ (Odisha), ປະເທດອິນເດຍ: ໃນລັດໂອຣິດສາ ເປັນເຂດທີ່ພົບກັບຄວາມທຸກຍາກ ແລະ ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ລັດຖະບານໄດ້ດຳເນີນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໂດຍຜ່ານການລ້ຽງສັດນ້ຳ ເຊິ່ງສະໜັບສະໜູນການລ້ຽງປາແບບປະສົມປະສານ ທີ່ເນັ້ນດ້ານໂພຊະນາການໃນໜອງນ້ຳຊຸມຊົນຜ່ານກຸ່ມແມ່ຍິງ ຂໍ້ລິເລີ່ມນີ້ປະສົບຜົນສຳເລັດໃນການເຊື່ອມຕໍ່ຊ່ອງວ່າງລະຫວ່າງຄວາມໝັ້ນຄົງທາງດ້ານອາຫານ ແລະ ຄວາມສາມາດດ້ານເສດຖະກິດ ດ້ວຍຮູບການສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມ ຜ່ານການຝຶກອົບຮົມສະເພາະດ້ານ, ການຈັດຕັ້ງປະຕິບັດ ແລະ ແນວທາງການຄຸ້ມຄອງທີ່ດີຂຶ້ນ. ຜົນໄດ້ຮັບຈາກການລ້ຽງປາແບບປະສົມປະສານ ສາມາດສ້າງລາຍຮັບຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ ທາງດ້ານເສດຖະກິດ, ການປັບປຸງສິ່ງແວດລ້ອມ, ການສົ່ງເສີມບົດບາດແມ່ຍິງ ແລະ ທາງດ້ານໂພຊະນາການທີ່ດີຂຶ້ນ. ໃນການວິເຄາະຂັ້ນສຸດທ້າຍ, ໂຄງການລ້ຽງສັດນ້ຳໂດຍການມີສ່ວນຮ່ວມຂອງແມ່ຍິງໄດ້ພິສູດໃຫ້ເຫັນເຖິງປະສິດທິພາບ ແລະ ກາຍເປັນຕົ້ນແບບທີ່ສາມາດຂະຫຍາຍຜົນໄດ້ໃນການການພັດທະນາຊົນນະບົດທີ່ຍືນຍົງ, ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກບາງຢ່າງກ່ຽວກັບປັດໄຈການຜະລິດ ແລະ ການສະໜອງທີ່ຈຳກັດກໍ່ຕາມ (Dubey 2024).
ປະເທດໄທ (ໂຄງການປາໃນໂຮງຮຽນ): ອີກໜຶ່ງກໍລະນີສຶກສາຂອງ CBA ໄດ້ເລີ່ມຕົ້ນຂຶ້ນໃນປີ 1992 ໃນເຂດຊົນນະບົດຂອງປະເທດໄທ ໂຄງການນີ້ໄດ້ນຳໃຊ້ໂຮງຮຽນໃນໝູ່ບ້ານເປັນສະຖານທີ່ລ້ຽງສັດນ້ຳ ເພື່ອຊ່ວຍເຫຼືອຊຸມຊົນທີ່ທຸກຍາກໃນການເພີ່ມຜົນຜະລິດປາໃນເຂດຊົນນະບົດ, ລັດຖະບານໄດ້ສ້າງຕັ້ງໂຄງການລ້ຽງປາໃນໂຮງຮຽນ (ໂຄງການອາຫານທ່ຽງ). ການລ້ຽງສັດນ້ຳໂດຍມີໂຮງຮຽນເປັນພື້ນຖານນີ້ ໄດ້ລວມເອົາການລ້ຽງປາເຂົ້າໄວ້ໃນກິດຈະກຳຂອງການສຶກສາ. ເປົ້າໝາຍຫຼັກຂອງໂຄງການແມ່ນເພື່ອຍົກລະດັບໂພຊະນາການຂອງເດັກນ້ອຍນັກຮຽນ ໂດຍການສະໜອງຊີ້ນປາສຳລັບການບໍລິໂພກຜ່ານໂຄງການລ້ຽງປາແບບກຸ້ມຕົນເອງ ເຊິ່ງປະກອບມີການສ້າງໜອງປາ, ການຝຶກອົບຮົມການລ້ຽງສັດນ້ຳ ແລະ ການສະໜອງແນວພັນປາ ພ້ອມທັງຄຳແນະນຳດ້ານເຕັກນິກໃຫ້ແກ່ໂຮງຮຽນ. ຈຸດແຂງຂອງໂຄງການແມ່ນຄວາມສາມາດໃນການປ່ຽນໜອງປາໃນໝູ່ບ້ານໃຫ້ກາຍເປັນຫ້ອງຮຽນກາງແຈ້ງ, ເຊິ່ງສ້າງໂອກາດໃນການຮຽນຮູ້ທັກສະການລ້ຽງສັດນ້ຳແບບລົງມືປະຕິບັດຕົວຈິງ. ຜ່ານຂະບວນການຮຽນຮູ້ຈາກປະສົບການນີ້ ນັກຮຽນ ແລະ ຊຸມຊົນໄດ້ເຫັນຄວາມຈິງກ່ຽວກັບການເຊື່ອມໂຍງລະຫວ່າງການຄຸ້ມຄອງການລ້ຽງສັດນ້ຳ, ການດຳລົງຊີວິດທີ່ດີຂຶ້ນ ແລະ ສຸຂະພາບຂອງມະນຸດ (Chumnongsittathum 2008).
ພາກຕາເວັນຕົກຂອງມະຫາສະໝຸດອິນເດຍ (ສິ່ງທ້າທາຍ ແລະ ບົດຮຽນ): ໃນຂະນະທີ່ບາງໂຄງການຂອງ CBA ໄດ້ສ້າງເລື່ອງລາວຄວາມສຳເລັດ ແຕ່ໂຄງການ CBA ໃນພາກຕາເວັນຕົກຂອງມະຫາສະໝຸດອິນເດຍ ໄດ້ໃຫ້ບົດຮຽນທີ່ສຳຄັນກ່ຽວກັບການລະບຸສິ່ງທ້າທາຍໃນການປະຕິບັດ. ໂຄງການ CBA ນີ້ໄດ້ຖືກຈັດຕັ້ງປະຕິບັດເພື່ອເປັນທາງເລືອກ ຫຼື ກິດຈະກຳສ້າງລາຍຮັບ ເພື່ອຫຼຸດຜ່ອນການເພິ່ງພາອາໄສຊັບພະຍາກອນທຳມະຊາດທາງທະເລເກີນຂອບເຂດ ແລະ ເພື່ອສົ່ງເສີມການອະນຸລັກຊີວະນາໆພັນ. ຍ້ອນຂາດຄວາມເປັນເຈົ້າການຂອງທ້ອງຖິ່ນ, ຫຼາຍໂຄງການ CBA ໃນເຂດນີ້ຈຶ່ງບໍ່ສາມາດຢຸດວົງຈອນຂອງຄວາມທຸກຍາກ ແລະ ການສູນເສຍຊີວະນາໆພັນໄດ້ ບາງໂຄງການໄດ້ຕົກຢູ່ໃນ “ກັບດັກທາງສັງຄົມ-ນິເວດ” ເນື່ອງຈາກພວກເຂົາບໍ່ໄດ້ຖືກຂັບເຄື່ອນໂດຍຊຸມຊົນ ແລະ ຄູ່ຮ່ວມງານທ້ອງຖິ່ນ, ແຕ່ຖືກຂັບເຄື່ອນໂດຍຜູ້ໃຫ້ທຶນຈາກພາຍນອກທີ່ມີກຳນົດເວລາສັ້ນເກີນໄປ, ມີອຸປະສັກຫຼາຍຢ່າງເຊັ່ນ: ການຂາດເຕັກນິກວິຊາການ, ການສະໜອງແນວພັນ ແລະ ຫົວອາຫານທີ່ບໍ່ພຽງພໍ ແລະ ຂະບວນການຕັດສິນໃຈແມ່ນແບບເທິງລົງລຸ່ມ (top-down) ເຊິ່ງເມີນເສີຍຕໍ່ສຽງຂອງຄົນທ້ອງຖິ່ນ (Ateweberhan 2018).
ຂໍ້ສະເໜີແນະ
ອີງຕາມການຈັດຕັ້ງປະຕິບັດ CBA ທີ່ບໍ່ປະສົບຜົນສຳເລັດໃນກໍລະນີສຶກສາຂ້າງເທິງ, ມັນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ CBA ຈຳເປັນຕ້ອງມີການປ່ຽນແປງຈາກ “ແນວຄິດແບບໂຄງການໄລຍະສັ້ນ” ໄປສູ່ “ການສ້າງຂີດຄວາມສາມາດໃນໄລຍະຍາວ” ແລະ “ຄວາມຍືນຍົງທາງດ້ານການເງິນ”. ນອກຈາກນີ້, ການລ້ຽງສັດນ້ຳໃນຮູບແບບທີ່ອີງໃສ່ຊຸມຊົນ ຈະຕ້ອງໄດ້ຮັບການຝັງຮາກຖານຢູ່ໃນທ້ອງຖິ່ນ ເຊັ່ນ: ໂຄງການລ້ຽງປາໃນໂຮງຮຽນຂອງປະເທດໄທ ເພື່ອຮັບປະກັນວ່າການຄຸ້ມຄອງຍັງຄົງຢູ່ໃນມືຂອງຊຸມຊົນ ເຖິງແມ່ນວ່າການສະໜັບສະໜູນທຶນຈາກພາຍນອກຈະສິ້ນສຸດລົງແລ້ວກໍຕາມ.
ຍິ່ງໄປກວ່ານັ້ນ, ການຈັດການລ້ຽງສັດນ້ຳເຂົ້າໃນລະບົບການສຶກສາ (Formal Education) ແມ່ນແນວທາງທີ່ສະຫຼາດສ່ອງໃສ. ມັນຊ່ວຍຮັບປະກັນວ່າ ທັກສະທາງດ້ານເຕັກນິກວິຊາການທີ່ຈຳເປັນ ຈະຖືກຖ່າຍທອດໄປສູ່ຄົນຮຸ່ນໃໝ່ ແລະ ທັງເປັນການສ້າງກົນໄກປ້ອງກັນທີ່ຍືນຍົງຕໍ່ກັບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ເຊິ່ງທັງສອງປັດໄຈນີ້ ໃນທ້າຍທີ່ສຸດຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກຊຸມຊົນຊົນນະບົດ ໃນການສ້າງວິຖີການດຳລົງຊີວິດທີ່ມີຄວາມເຂັ້ມແຂງໃນການປັບຕົວ.
ສະຫຼຸບ
ໃນກໍລະນີຂອງພວກເຮົາ, ໂຄງການ EFRAM ໄດ້ຕອບສະໜອງຕໍ່ຄວາມຕ້ອງການອັນຮີບດ່ວນໃນການອະນຸລັກພັນປາ ໂດຍການນຳໃຊ້ວິທີການແບບຈາກລຸ່ມຂຶ້ນເທິງ (Bottom-up Approach) ທີ່ໃຫ້ຄວາມສຳຄັນກັບທັດສະນະຂອງຊາວບ້ານທ້ອງຖິ່ນ, ລວມທັງແມ່ຍິງ, ຊົນເຜົ່າ, ແລະ ກຸ່ມຄົນທີ່ຂາດໂອກາດ. ຜົນສຳເລັດທຳອິດ (ໝາກຜົນຫຼັກ) ຂອງໂຄງການແມ່ນການໄດ້ຮັບການອະນຸມັດຢ່າງເປັນທາງການໃນການສ້າງຕັ້ງ ເຂດອະນຸລັກພັນປາ (FCZ).
ໂຄງການຂອງພວກເຮົາຄົ້ນພົບວ່າ CBA ມີທ່າແຮງໃນການເປັນເຄື່ອງມືສ້າງຄວາມສົມດຸນ ທີ່ສຳຄັນຕໍ່ກັບການປະກາດໃຊ້ເຂດ FCZ ຍ້ອນຄວາມຫວັງ CBA ຈະມີຕໍ່ຄວາມເຂັ້ມແຂງໃນການປັບຕົວດ້ານເສດຖະກິດ-ສັງຄົມ ສຳລັບຊຸມຊົນບ້ານວຽງສະຫວັນ ຢູ່ພາກເໜືອຂອງລາວ. ຂໍ້ດີສຳລັບຊຸມຊົນນີ້ແມ່ນ ພວກເຂົາມີສາຍໃຍຜູກພັນທາງຮີດຄອງປະເພນີທີ່ແໜ້ນແຟ້ນກັບປາ ແລະ ແຫຼ່ງນ້ຳຢູ່ແລ້ວ. ດັ່ງນັ້ນ, ການຫາປາເກີນຂອບເຂດຈຶ່ງສາມາດ ແລະ ຄວນຖືກທົດແທນດ້ວຍ CBA, ເຊິ່ງເປັນໝາກຜົນທີ່ຊ່ວຍໃຫ້ຊຸມຊົນສ້າງແຫຼ່ງລາຍຮັບທາງເລືອກໃໝ່ ແລະ ໃນຂະນະດຽວກັນ ກໍສາມາດປົກປັກຮັກສາຊັບພະຍາກອນພັນປາຂອງຕົນເອງໄດ້.
ໃນປັດຈຸບັນ ຍັງມີໂຄງການວິໄຈທີ່ຈຳກັດ ແລະ ມີການທົດລອງທີ່ຖືກສ້າງຕັ້ງຂຶ້ນໜ້ອຍຫຼາຍກ່ຽວກັບ CBA. ດັ່ງນັ້ນ, ບົດຄວາມນີ້ຈຶ່ງສະເໜີວ່າ ສຳລັບໄລຍະນີ້, CBA ຄວນຖືກປະຕິບັດໃນຮູບແບບ “ການທົດລອງແບບປັບຕົວ” ທີ່ເນັ້ນໃສ່ຄວາມຕ້ອງການຕາມບໍລິບົດຂອງທ້ອງຖິ່ນເປັນຫຼັກ.
